Advertise with Googlier.com ເຄື່ອງມືສ້າງບລັອກ, ແພລດຟອມການເຜີຍແຜ່ ແລະ CMS – WordPress.org ລາວ

ສ້າງປະສົບການໃໝ່ໆດ້ວຍ WordPress

ແພັດຟອມການເຜີຍແຜ່ແບບໂອເພນຊອດ ທີ່ເປັນທາງເລືອກສຳລັບເວັບໄຊຫຼາຍລ້ານແຫ່ງທົ່ວໂລກ—ຕັ້ງແຕ່ຜູ້ສ້າງສັນຜົນງານ ແລະ ທຸລະກິດຂະໜາດນ້ອຍ ໄປຈົນເຖິງອົງກອນລະດັບໃຫຍ່.

ອອກແບບ

ສ້າງເວັບໄຊໃດກໍໄດ້ດ້ວຍເຄື່ອງມືການອອກແບບທີ່ຢືດຢຸ່ນ ແລະ ພະລັງຂອງ ບລັອກ. ເລີ່ມຕົ້ນຈາກໜ້າເປົ່າຫວ່າງ ຫຼື ເລືອກ ທິມ. ປັບແຕ່ງທຸກລາຍລະອຽດໄດ້ຕາມໃຈໂດຍບໍ່ຕ້ອງຂຽນໂຄ້ດ.

ສ້າງ

ເບິ່ງຜົນການປ່ຽນແປງຂອງເວັບໄຊໃນເວລາຈິງ, ເຖິງແມ່ນວ່າທ່ານຈະເພີ່ມ, ແກ້ໄຂ ແລະ ຈັດລຽງເນື້ອຫາໃໝ່ ກໍສາມາດເຮັດໄດ້ງ່າຍໆ ດ້ວຍລະບົບການແກ້ໄຂທີ່ໃຊ້ງ່າຍ ແລະ ຄຸນສົມບັດທີ່ຄົບຖ້ວນໃນການຈັດການທຸກຢ່າງ.

ທົດລອງໃຊ້ຕົວແກ້ໄຂແບບບລັອກ

ຕໍ່ເຕີມ

ເຮັດໃຫ້ເວັບໄຊຂອງທ່ານເຮັດວຽກໄດ້ຕາມທີ່ທ່ານຕ້ອງການ. ເພີ່ມຮ້ານຄ້າ, ລະບົບວິເຄາະ, ຈົດໝາຍຂ່າວ, ການເຊື່ອມຕໍ່ກັບໂຊຊຽວມີເດຍ; ທ່ານສາມາດຄວບຄຸມທຸກຢ່າງໄດ້ດ້ວຍ ປັກອິນ ທີ່ມີໃຫ້ເລືອກຫຼາກຫຼາຍ.

WordPress 7.1 ເຮັດໃຫ້ການປັບແຕ່ງ
ແລະ ການແກ້ໄຂງ່າຍຂຶ້ນ

ປັບແຕ່ງຮູບແບບບລັອກໃຫ້ຮອງຮັບທຸກຂະໜາດໜ້າຈໍ ແລະ ສະຖານະການໂຕ້ຕອບໄດ້ໂດຍບໍ່ຕ້ອງໃຊ້ CSS. ຕົວແກ້ໄຂສື່ທີ່ປັບປຸງໃໝ່ຈະນຳເອົາເຄື່ອງມືທີ່ເໝາະສົມມາໄວ້ໃຫ້ທ່ານໃຊ້ໄດ້ງ່າຍ, ໃນຂະນະທີ່ບັນທຶກ (Notes) ໃນຕອນນີ້ຮອງຮັບຂໍ້ຄວາມແບບປັບແຕ່ງໄດ້ ແລະ ການແທັກຫາ (@mentions). ແຖບຜູ້ຈັດການຍັງຄົງຢູ່ກັບທ່ານທັງໃນຕົວແກ້ໄຂເວັບໄຊ (Site Editor) ແລະ ຕົວແກ້ໄຂບລັອກ (block editor).

ຮູບຖ່າຍຂາວດຳຂອງຜູ້ເຂົ້າຮ່ວມທີ່ກຳລັງຕື່ນເຕັ້ນ ແລະ ຕົບມືໃນງານ WordPress.

ຂ່າວສານ WordPress ລ່າສຸດ

ຂ່າວສານເພີ່ມເຕີມ